ເວັບໄຊນີ້ສ້າງຂຶ້ນເພື່ອຮູ້ ບຸນຄຸນ ພຣະ ອາຈານ ເທບນິຣ ການ ທີ່ ພຣະອາຈານ ໄດ້ສັ່ງສອນ ໃຫ້ຮູ້ແຕ່ກຳດີ ລະ ກະທຳ ກຳຊົ່ວ ທັງຫລາຍ.
Friday, April 29, 2011
ຄຳວ່າເກີດມາເປັນມະນຸດ
ຄຳວ່າເກີດມາເປັນ " ມະນຸດ " ເດີມທີ່ຄົນເຮົາເກີດມາເປັນມະນຸດແຕ່ຫາຄຸນຄ່າຄຳວ່າ ມະນຸດ ບໍ່ຄ່ອຍໄດ້ ຕອນທີ່ຍັງມີຊີວິດຢູ່ ເມື່ອປະສົບພົບພານເຫັນສິ່ງທີ່ບໍ່ດີໃນຊີວິດ ພື້ນຖານຂອງຄົນເຮົາເວລາທີ່ບໍ່ສະບາຍໃຈຫລືທຸກໃຈ ກໍຕ້ອງໄປພຶ່ງພາວັດ ຫລືພຶ່ງພາຄູບາອາຈານ ໃຫ້ຊ່ວຍແນະນຳແລະຫາຫົນທາງ ໃຫ້ ກໍຈະເກີດຄວາມສະບາຍໃຈ ແຕ່ເວລາໃດທີ່ເຈົ້າມີຄວາມສຸກ ເຈົ້າບໍ່ເຄີຍເບິ່ງເຫັນສິນລະທຳເລີຍ ! ເມື່ອເຈັບປ່ວຍບໍ່ສະບາຍ ຄົນເຮົາມັກຢາກຈະໄປເຮັດບຸນໄຫວ້ພະ ເພື່ອໃຫ້ຈິດໃຈສະບາຍ ແລະຢາກໃຫ້ຫາຍຈາກອາການເຈັບປ່ວຍ ແຕ່ຕອນທີ່ເຈົ້າບໍ່ເຈັບ ບໍ່ປ່ວຍ ເຈົ້າມີຄວາມສຸກ ເຈົ້າບໍ່ເຄີຍນຶກ ຫລືບໍ່ເຄີຍຄິດທີ່ຈະເຮັດບຸນ ຫລືເຮັດກຸສົນເລີຍ ມີແຕ່ຈະຫລົງລະເລີງໄປກັບສິ່ງທີ່ບໍ່ດີ ແລ້ວໃຜ ຈະຊ່ວຍຊີວິດເຈົ້າໄດ້ ທຸກຄົນເກີດມາ ມີຮັກ ມີໂລບ ມີຮ້າຍ ມີຫລົງ ຄືກັນທຸກຄົນ ຄືກັບຕົວຂ້າພະເຈົ້າເອງ ກໍເຄີຍປະສົບພົບພານເຫັນກັບສິ່ງທີເກີດຂຶ້ນ ແຕ່ທາງອອກຂອງຂ້າພະເຈົ້າ ຄື ຂ້າພະເຈົ້າມີຈຸດຍືນ ທີ່ຂ້າພະເຈົ້າຈະກ້າວໄປ ຕອນນີ້ ຂ້າພະເຈົ້າກຽມຕົວ ເກີດ ແລະ ຕາຍ ຢູ່ໃນໃຈແລ້ວ ທຸກລົມຫາຍໃຈຂອງຂ້າພະເຈົ້າ ຂ້າພະເຈົ້າພຶ່ງລະວັງ ກັບການເປັນ ການຕາຍຢູ່ສະເໝີ.
ທັງນີ້ທັງນັ້ນແລ້ວ ຂ້າພະເຈົ້າບໍ່ເຄີຍຢ້ານຄວາມຕາຍ ແຕ່ຂ້າພະເຈົ້າເກີດມາ ແລະເລືອກທາງດຳເນີນຊີວິດ ທີ່ຈະເປັນຜູ້ຖືສິນ ເຖິງຂະໜາດນັ້ນຂ້າພະເຈົ້າກໍຮູ້ວ່າວັນຫນຶ່ງ ຄວາມຕາຍກໍຈະຄືບຄານເຂົ້າມາຫາ ຂ້າພະເຈົ້າ ແຕ່ຂ້າພະເຈົ້າກໍບໍ່ເຄີຍທີ່ ຈະຢ້ານ ເພາະຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຮຽນຮູ້ການເກີດ ຮຽນຮູ້ການຕາຍ ໄດ້ຕອນທີ່ຂ້າພະເຈົ້າເຂົ້າມາປະຕິບັດທຳ.
ເມື່ອໃດທີ່ຂ້າພະເຈົ້າສິ້ນລົມຫາຍໃຈໄປຈາກໂລກນີ້ແລ້ວ ຂ້າພະເຈົ້າຄິດວ່າສິ່ງທີ່ຂ້າພະເຈົ້າກະທຳນັ້ນ ຫລືສິ່ງທີ່ຂ້າພະເຈົ້າໄດ້ຊ່ວຍເຫລືອຜູ້ອື່ນນີ້ ຄົງຈະເປັນຕຳນານແຫ່ງຄວາມດີ ຄວາມງາມ ທີ່ຜູ້ຄົນຈະເລົ່າຂານກັນຕໍ່ໄປ.
ທີ່ຂ້າພະເຈົ້າເຮັດໄດ້ສ້າງ ເຟກບຸ໊ກ (facebook ) ຂຶ້ນມານີ້ ບໍ່ແມ່ນວ່າຂ້າພະເຈົ້າຢາກດັ່ງ ຫລືຢາກເກັ່ງ ຫລືຢາກໃຫ້ຄົນຮູ້ຈັກຂ້າພະເຈົ້າຫລາຍໄປກວ່ານີ້ ຂ້າພະເຈົ້າຮູ້ດີວ່າ ຊ່ວງເວລາທີ່ເຫລືອຢູ່ຂອງຂ້າພະເຈົ້າ ມີອີກບໍ່ດົນນັກ ແຕ່ຂ້າພະເຈົ້າຢາກໃຫ້ຄົນ ທຸກຄົນໄດ້ຮູ້ຈັກກັບການປະຕິບັດທຳ ຫລືການຖືສິນ ລວມທັງການສວດມົນໄຫວ້ພະ ທີ່ສາມາດເຮັດໃຫ້ຄົນທຸກຄົນ ມີຄວາມສຸກ ຄວາມຈະເລີນ ທັງໃນຊາດນີ້ ແລະຊາດພົບໜ້າໄດ້ ຂ້າພະເຈົ້າມີນາມວ່າ " ເທບນິຣການ " ຂ້າພະເຈົ້າຂໍໃຫ້ຜູ້ທີ່ໄດ້ເຂົ້າມາອ່ານບັນທຶກສະບັບນີ້ ເຕັມປ່ຽມໄປດ້ວຍ ຄວາມສຸກກາຍ ຄວາມສຸກໃຈ ຫລາຍໄປດ້ວຍສະຕິ ປັນຍາ ສະໝາທິ ຄວາມຮູ້ຄວາມສາມາດ ທຸກ ໆທ່ານ ເທີດ.
Tuesday, April 26, 2011
ມຸມມອງຊີວິດຂອງ ພຣະອາຈານ ເທບ ນິຣການ
ຂ້າພະເຈົ້າກໍເປັນບຸກຄົນໜຶ່ງທີ່ໃຊ້ຊີວິດປະຈຳວັນຄືມະນຸດທຳມະດາທົ່ວ ໆໄປ ແຕ່ແຕກຕ່າງຈາກຄົນອື່ນ ໆ ບ່ອນທີ່ຂ້າພະເຈົ້າ ມັກຢູ່ໃນປ່າຫລືໃນຖ້ຳ ເພາະຂ້າພະເຈົ້າມັກຫາຄວາມງຽບສະຫງົບ ແຕ່ຂ້າພະເຈົ້າກໍມີຄວາມຮູ້ສຶກນຶກຄິດ ແລະຄິດເຖິງຜູ້ອື່ນເປັນຄືກັນ ແຕ່ເປັນຄວາມນຶກຄິດໃນສິ່ງທີ່ດີງາມ ບາງເທື່ອຂ້າພະເຈົ້າກໍມີຄວາມຮູ້ສຶກທໍ້ແທ້ ອ່ອນລ້າ ແລະສິ້ນຫວັງ ຄືມະນຸດ ປະຊາຊົນຄົນທຳມະດາທົ່ວ ໆໄປ ແຕ່ໃນເມື່ອຂ້າພະເຈົ້າຕັ້ງໃຈຢ່າງມາທາງນີ້ແລ້ວ ຂ້າພະເຈົ້າຈະຮູ້ສຶກທໍ້ແທ້ສິ້ນຫວັງໄປຍ້ອນຫຍັງ ເພາະວ່າບໍ່ມີສິ່ງໃດທີ່ເຮົາຈະຮູ້ສຶກທໍ້ແທ້ ແລະເໜື່ອຍລ້າໄປກວ່ານີ້ອີກແລ້ວ ແຕ່ຄວາມສຸກຂອງຂ້າພະເຈົ້າຄື ການທີ່ໄດ້ກະທຳແຕ່ສິ່ງທີ່ດີໃຫ້ຈິດໃຈຂອງຂ້າພະເຈົ້າບໍ່ມົວໝອງ ໄປກັບສິ່ງທີ່ມະນຸດທົ່ວໄປມັກຈະມອງຂ້າມຢູ່ສະເໝີ ໆ ບາງເທື່ອຈິດໃຈຄົນເຮົານັ້ນຍາກນັກຈະຍັ່ງເຖິງ ແຕ່ຄວາມດີຫລືກຳດີຖ້າເຮົາເຮັດແລ້ວກໍຈະເກີດຜົນດີີກັບຕົວເຮົາເອງ
ຂ້າພະເຈົ້າໄດ້ຮຽນຮູ້ຊີວິດຂອງຜູ້ອື່ນ ຫລັງຈາກທີ່ຂ້າພະເຈົ້າໄດ້ອອກມາທຸດົງສ໌ ຂ້າພະເຈົ້າໄດ້ມາສຳຜັດກັບຊີວິດຂອງຜູ້ຄົນຫລາຍເຊື້ອຊາດ ຫລາຍສາດສະຫນາ ທຸກສາດສະຫນາລ້ວນແຕ່ສອນໃຫ້ຄົນນັ້ນກະທຳແຕ່ຄວາມດີ ແຕ່ຄົນກໍມີນານາຈິດຕັງ ຫລາຍ ໆຄົນກໍມັກຈະມີຄວາມຄິດເຫັນແຕກຕ່າງກັນອອກໄປ ບາງເທື່ອຂ້າພະເຈົ້າກໍມີຄວາມຄິດເຫັນແຕກຕ່າງ ຈາກຜູ້ອື່ນເປັນບາງເທື່ອ ແຕ່ຄົນເຮົານັ້ນ ບໍ່ມີຜູ້ໃດຜູ້ໜຶ່ງຫລອກທີ່ເກັ່ງຢູ່ຄົນດຽວແລະເກັ່ງຢູ່ສະເໝີ ຖ້າເຮົາບໍ່ປ່ຽນທັດສະນະຄະຕິເສຍໃໝ່ ສະຫລຸບວ່າຄົນເຮົາມີຄວາມຄິດເຫັນແຕກຕ່າງກັນໄປໄດ້ ແຕ່ຫາຮູ້ບໍ່ວ່າຄົນເຮົາທີ່ເກີດມາທຸກຄົນນັ້ນ ລ້ວນມີຄວາມດີຫລືກຳດີຕິດຕົວກັນມາທຸກຄົນ ແຕ່ຄວາມຊົ່ວຫລືກຳຊົ່ວ ຫລືບາບກຳນັ້ນຊິ ເຮົາມາສ້າງຂຶ້ນເພິ່ມເຕິມກັນໃນຊາດນີ້ເສຍຫລາຍກວ່າ
ຊີວິດທຸກຄົນລ້ວນມີຄວາມສຸກຄວາມຈະເລີນກັນທຸກຄົນ ແຕ່ຊີວິດຂອງຄົນບາງຄົນຫາຄວາມສຸກຫາຄວາມຈະເລີນ ແລະຫາທາງອອກຂອງຊີວິດບໍ່ໄດ້ເລີຍ ຂ້າພະເຈົ້າກໍເຄີຍເປັນບຸກຄົນໜຶ່ງທີ່ໄດ້ກ່າວມາໃນຂ້າງຕົ້ນນີ້ ຊີວິດຂອງຂ້າພະເຈົ້າໄດ້ຮູ້ຈັກຄົນມາຫລວງຫລາຍຈົນຈຳຊື່ບໍ່ໄດ້ ຂ້າພະເຈົ້າໄດ້ຮຽນຮູ້ວ່າທຸກຄົົນທີ່ເຂົ້າມາຫາຂ້າພະເຈົ້າ ຄົນເຫລົ່ານັ້ນ ມີທັງຄົົນທີ່ມີຄວາມສຸກ ແລະຄົົນທີ່ມີຄວາມທຸກ ຂ້າພະເຈົ້າບໍ່ເຄີຍຄິດວ່າຕົວເອງເກັ່ງຫລືດີກວ່າຄົນທົ່ວ ໆໄປ ແຕ່ຂ້າພະເຈົ້າຄິດຢູ່ສະເໝີວ່າສິ່ງທີ່ຂ້າພະເຈົ້າໄດ້ເຮັດນັ້ນ ບໍ່ເຄີຍເຮັດໃຫ້ຜູ້ໃດເດືອດຮ້ອນ
ໃນປັດຈຸດບັນມື້ນີ້ ຖ້າຖາມຂ້າພະເຈົ້າວ່າ ຂ້າພະເຈົ້າຮູ້ສຶກທໍ້ແທ້ ເໜື່ອຍລ້າ ແລະສິ້ນຫວັງບໍ ຂ້າພະເຈົ້າກໍຈະຕອບວ່າເຄີຍມີຄວາມຮູ້ສຶກ ເໜື່ອຍລ້າ ທໍ້ແທ້ ແລະສິ້ນຫວັງ ຂ້າພະເຈົ້າເຄີຍຖາມຕົວເອງ ແລະ ເຄີຍມານັ່ງຄິດວ່າ ຂ້າພະເຈົ້າມານັ່ງສວດມົນເພື່ອຫຍັງ ມານັ່ງສະໝາທິເພື່ອໃຫ້ເກີດຫຍັງ ແຕ່ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າມານັ່ງສວດມົນເພື່ອຫຍັງ ແລະມານັ່ງສະໝາທິເພື່ອຫຍັງ ຂ້າພະເຈົ້າຕອບຕົວເອງວ່າຂ້າພະເຈົ້າມີຄວາມສຸກເວລາທີ່ໄດ້ສວດມົນແລະນັ່ງສະໝາທິ ຂ້າພະເຈົ້າມີຄວາມຮູ້ສຶກເບີກບານໃນຈິດໃຈເວລາທີ່ຂ້າພະເຈົ້າໄດ້ກະທຳໃນສິ່ງເຫລົ້ານີ້ ຄຳວ່າຄວາມສຸກຂຶ້ນຢູ່ໃນໃຈ ແລະມັນຈະອຸດົມໄປດ້ວຍຄວາມຄິດທີ່ດີ ບໍ່ມີຮ້າຍ ບໍ່ມີໂລບ ບໍ່ມີຫລົງ ທຸກລົມຫາຍໃຈເຂົ້າອອກກໍຍັງມີຄວາມສຸກ ເມື່ອເຮົາພຶ່ງປາດຖະຫນາທີ່ຈະມີຄວາມສຸກ ຄວາມສຸກຂອງຂ້າພະເຈົ້ານັ້ນອາດຈະໝາຍເຖິງຄວາມວ່າງເປົ່າດ້ວຍ ຄວາມວ່າງເປົ່າຂອງຜູ້ທີ່ເຂົ້າມາປະພະລືິດປະຕິບັດທຳ ຄືຄວາມວ່າງເປົ່າທີ່ມີຄວາມສຸກທາງໃຈ ທີ່ຂ້າພະເຈົ້າສາມາດ ລະເລີກ ຮ້າຍ ຫລົງ ເຖິງກະນັ້ນການທີ່ຂ້າພະເຈົ້າປະພຶດປະຕິບັດທຳມານັ້ນ ຂ້າພະເຈົ້າກໍບໍ່ເຄີຍອວດ ອຸຕິ ວ່າຂ້າພະເຈົ້າເຫາະເຫີນຍ່າງອາກາດໄດ້ ຂ້າພະເຈົ້າຖືວ່າຂ້າພະເຈົ້າເປັນບຸກຄົນທຳມະດາທົ່ວ ໆໄປ ຂ້າພະເຈົ້າກໍຍັງເປັນຜູ້ຖືສິນ ຄົນຍ່າງດິນທຳມະດາທົ່ວ ໆໄປ ຈະແຕກຕ່າງຈາກບຸກຄົນອື່ນ ໆ ບ່ອນທີຂ້າພະເຈົ້າບໍ່ໄດ້ໃສ່ຮອງຕີນ ແລະບໍ່ກິນເຂົ້າທຸກມື້ວັນພະ ຖ້າມື້ທຳມະດາປົກກະຕິທົ່ວໄປ ຂ້າພະເຈົ້າຈະກິນເຂົ້າພຽງມື້ດຽວ ພຽງມື້ເຊົ້າເທົ່ານັ້ນ ຖາມວ່າຂ້າພະເຈົ້າເຮັດແບບນີ້ຂ້າພະເຈົ້າຈະໄດ້ຫຍັງ ຢ່າງນ້ອຍ ໆ ຂ້າພະເຈົ້າກໍໄດ້ຊະນະຈິດໃຈຂອງຂ້າພະເຈົ້າເອງ ຫລືສິ່ງທີ່ຂ້າພະເຈົ້າຕັ້ງໃຈແລະຖືສະຈະເອົາໄວ້ ຂ້າພະເຈົ້າກໍໄດ້ຄວາມສຸກທາງໃຈ ແລະຂ້າພະເຈົ້າກໍຈະປະພຶດປະຕິບັດຕາມນີ້ຈົນກວ່າຂ້າພະເຈົ້າຈະໝົດລົມຫາຍໃຈໄປຈາກໂລກນີ້ ຂ້າພະເຈົ້າມີນາມວ່າ " ເທບນິລການ "
ຂ້າພະເຈົ້າຂໍໃຫ້ຜູ້ທີ່ໄດ້ເຂົ້າມາອ່ານບັນທຶກສະບັບນີ້ ເປັນຜູ້ທີ່ຫລາຍໄປດ້ວຍປັນຍາ ຫລາຍໄປດ້ວຍຄວາມຮູ້ ຫລາຍໄປດ້ວຍຊັບສິນເງີນທອງ ແລະຫລາຍໄປດ້ວຍຄວາມສຸກແລະຄວາມດີ ທຸກ ໆທ່ານເທີດ ສາທຸ ສາທຸ ສາທຸ
Monday, April 25, 2011
Sunday, April 24, 2011
ຄວາມປາດຖະຫນາອັນສູງສຸດຂອງຊີວິດ ພຣະອາຈານ ເທບນິຣການ
ຊີວິດຂອງຂ້າພະເຈົ້າທີ່ໄດ້ພົບພານຄວາມສຸກທີ່ສຸດຂອງຊີວິດຄື: ການໄດ້ກາບພະພຸດ, ພະເຈົ້າ ,ພະສົງ ເຈົ້າພໍ່ ເຈົ້າແມ່ ເຈົ້າຄູອຸປັດຊາອາຈານ ຂ້າພະເຈົ້າມີຄວາມສຸກ ທີ່ຂ້າພະເຈົ້າໄດ້ປະພຶດປະຕິບັດ ເຮັດແຕ່ກຳດີແລະສິ່ງດີ ສິ່ງທີ່ຂ້າພະເຈົ້າໃຝ່ຝັນຫລາຍທີ່ສຸດຂອງຊີວິດ ຄືຂ້າພະເຈົ້າບໍ່ໄດ້ຕ້ອງການສຳເລັດເປັນອໍຣຫັນ ເພາະຂ້າພະເຈົ້າບໍ່ໄດ້ບວດ ແຕ່ຂ້າພະເຈົ້າຖືສິນ ແຕ່ສິ່ງທີ່ຂ້າພະເຈົ້າໃຝ່ຝັນສູງສຸດກ່ອນທີ່ຈະໝົດລົມຫາຍໃຈຫລືກ່ອນທີ່ລົມຫາຍໃຈສຸດທ້າຍຈະຂາດສະບັ່ນລົງ ຂ້າພະເຈົ້າປາດຖະຫນາຢາກຈະສ້າງພະ, ພະໂຄດົມ ຫລື ອົງພະສຳມາສຳພຸດພະເຈົ້າ ຫລື ພະສີອະຫລິຍະເມດໄຕ ມາປະດິດຖານໄວ້ ໃນທີ່ແຫ່ງນີ້ ພູພານຄຳ ຈ. ໜອງບົວລຳພູ ເພື່ອໃຫ້ຜູ້ຄົນທຸກທ່ານໄດ້ຂຶ້ນຫລາຍລາບໄຫ້ວ ຈ. ໜອງບົວລຳພູ ເພື່ອໃຫ້ຜູ້ຄົນທຸກທ່ານໄດ້ຂຶ້ນຫລາຍລາບໄຫ້ວ ສັກກາລະບູຊາ ແມ່ນໃນຍາມທີ່ລົມຫາຍໃຈສຸດທ້າຍຂອງຂ້າພະເຈົ້າຈະຂາດລົງ ແຕ່ຄວາມດີຄວາມງາມໃນສິ່ງທີ່ຂ້າພະເຈົ້າໄດ້ກະທຳໄວ້ຈະຄົງຢູ່ ໃນທີ່ແຫ່ງນີ້ຕໍ່ໄປ.
ສິ່ງທີ່ຂ້າພະເຈົ້າຈະສ້າງບໍ່ແມ່ນເປັນສິ່ງຂອງຂອງຜູ້ໃດ ແມ່ນກະທັ່ງຕົວຂອງຂ້າພະເຈົ້າເອງ ແລະຄອບຄົວຂອງຂ້າພະເຈົ້າເອງກໍຕາມ ກໍບໍ່ມີສິດທິຈະ ຄອບຄອງ ໃນທີ່ແຫ່ງນີ້ ທີ່ຊຶ່ງຂ້າພະເຈົ້າໄດ້ປະຕິບັດທຳນີ້ ມີທີ່ດິນຢູ່ຈຳນວນ 14 ໄຮ່ ແລະ ເມື່ອໃດທີ່ຂ້າພະເຈົ້າໄດ້ເສຍຊີວິດລົງໄປແລ້ວນັ້ນ ທີ່ບ່ອນນີ້ ຂ້າພະເຈົ້າຈະຖວາຍໃຫ້ເປັນທີ່ພັກສຳນັກສົງ ຫລື ທີ່ປະຕິບັດທຳ ຂ້າພະເຈົ້າຈະບໍ່ໃຫ້ຜູ້ໜຶ່ງຜູ້ໃດມີສິດທິຄອບຄອງ ແມ່ນກະທັ່ງຄອບຄົວຂອງຂ້າພະເຈົ້າ ຫລື ແມ່ນກະທັ່ງນ້ອງສາວຂອງຂ້າພະເຈົ້າ ຫລື ຫລານຂອງຂ້າພະເຈົ້າກໍຕາມ.ຂ້າພະເຈົ້າເກີດມາຊາດນີ້ໄດ້ເປັນມະນຸດ ຂ້າພະເຈົ້າໄດ້ມາພົບພານກັບສາດສະຫນາແລະສິນລະທຳໃນຊ່ວງທີ່ຂ້າພະເຈົ້າມີອາຍຸໄດແຄ່ 20 ກວ່າ ໆ ຕອນນີ້ຂ້າພະເຈົ້າຖືວ່າຂ້າພະເຈົ້າມາພົບພານສິນລະທຳແລະທຳມະ ໃນຊ່ວງທີ່ສັ້ນຫລາຍ ໃນຊ່ວງອາຍຸໄຂຂອງຂ້າພະເຈົ້າ ຂ້າພະເຈົ້າບໍ່ມີ ພໍ່ ແມ່ ໃຫ້ທ່ານໄດ້ຄອຍຖ້າເບິ່ງຄວາມສຳເລັດຂອງຂ້າພະເຈົ້າ ພໍ່ ແມ່ ຂອງຂ້າພະເຈົ້າໄດ້ເສຍຊີວິດໄປດົນແລ້ວ ທ່ານບໍ່ໄດ້ເຫັນຄວາມສຳເລັດໃນສິ່ງທີ່ຂ້າພະເຈົ້າໄດ້ກະທຳໃນມື້ນີ້ ຂ້າພະເຈົ້າຮູ້ສຶກຜິດ ຢູ່ໃນຄວາມຊົງຈຳຂອງຂ້າພະເຈົ້າສະເໝີ ເພາະວ່າເດີມທີຂ້າພະເຈົ້າກໍບໍ່ໄດ້ເປັນຄົນດີມາກ່ອນ ຊີວິດຂອງຂ້າພະເຈົ້າບໍ່ເຄີຍມີຄວາມແນ່ນອນມາກ່ອນ ເມື່ອຂ້າພະເຈົ້າມາພົບພານສິນລະທຳ ຊີວິດຂອງຂ້າພະເຈົ້າມີຄວາມແນ່ນອນມີຈຸດຍືນຂອງຊີວິດ ມີຄວາມດີ ມີຄວາມງາມເກີດຂຶ້ນຫລວງຫລາຍໃນຊີວິດ ຂ້າພະເຈົ້າບໍ່ເຄີຍຄິດທີ່ຈະເຂົ້າມາກອບໂກຍເງີນທອງຫລືມາສະແຫລວງຫາຜົນປະໂຫຍດເໝືອນຄົນ ອື່ນ ໆທົ່ວໄປ, ຂ້າພະເຈົ້າຮຽນຮູ້ວ່າຄວາມສຸກທີ່ແທ້ຈິງຂອງມະນຸດ ຄືການໃຫ້ທີ່ບໍ່ໄດ້ຮຽກຮ້ອງ ເອົາສິ່ງໃດສິ່ງໜຶ່ງຕອບແທນ ຂ້າພະເຈົ້າຮຽນຮູ້ການໃຫ້ຜູ້ອື່ນແລ້ວຂ້າພະເຈົ້າມີຄວາມສຸກກັບການໃຫ້ນີ້ ຂ້າພະເຈົ້າມີນາມວ່າ " ເທບ ນິຣການ (Thephnilkarn)" ຂໍໃຫ້ທຸກທ່ານທີ່ໄດ້ເຂົ້າມາອ່ານບັນທຶກບົດນີ້ ຂໍໃຫ້ທ່ານຫລາຍໄປດ້ວຍປັນຍາ ຫລາຍໄປດ້ວຍຊັບສິນເງີນທອງ ແລະຫລາຍໄປດ້ວຍຄວາມສຸກ ແລະ ຄວາມດີງາມ ທຸກ ໆທ່ານເທີດ.
Tuesday, April 19, 2011
Subscribe to:
Comments (Atom)







