Wednesday, May 18, 2011

ຄຳກ່າວຮວມບຸນ



ບຸນ​ກຸ​ສົນ​ໃດ ໆ ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ ຮ່າງກາຍ ສັງ​ຂານ  ແລະ​ ດວງ​ຈິດ​ນີ້​ທີ່​ໄດ້ ກະທຳ​ເຈົ້າ​ຄວາມ​ດີ​ມາ ​ຮ້ອຍ​ຊາດ ພັນ​ຊາດ ໝື່ນ​ຊາດ ແສນ​ຊາດ ລວມ​ເຖິງ​ຊາດ​ປະຈຸບັນ​ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ລວມ​ເປັນ ຕະ​ບະ​ເດ​ຊະ ເປັນ​ມະຫາ​ກຸ​ສົນ​ອັນ​ຍິ່ງ​ໃຫຍ່ ເມື່ອ​ລວມ​ແລ້ວ​ຂ້າ​ພະ​ເຈົ້າ  ຂໍ​ນ້ອມ​ຖວາຍ​ບຸນ​ນີ້​ຕໍ່​ອົງພະ​ສຳ​ມາ​ສຳ​ພຸ​ດ​ພະເຈົ້າ ພະ​ພຸ​ດ​ພະເຈົ້າ​ທຸກ ໆ​ພະອົງ ພະ​ພຸດ​ອົງ ອົງ​ພໍ່​ພະ​ລຶສີ ກາຍ​ທິບທຸກ ໆ​ພະອົງ  ເທບ​ພົນ​ຫົມ​ເທ​ວາ​ທັງ​ໝົດ ທັງ​ຫລາຍ ທ່າ​ນົບ​ຍາ​ກຳ ທ່າ​ນົບ​ຍາ​ມັດ​ຈຸ​ລາດ ພູ​ມິ​ເຈົ້າ​ທີ່​ທຸກ​ພົບ​ທຸກ​ພູ​ມິ ເຈົ້າ​ພໍ່ ເຈົ້າ​ແມ່ ເຈົ້າ​ຄູ​ອຸ​ປັດ​ຊາ​ອາຈານ ທຸກ​ພົບ​ທຸກ​ຊາດ ລວມ​ເຖິງ​ຊາດ​ປະ​​ຈຸ​ບັນ​ມື້​ນີ້ ທີ່​ຂ້າ​ພະ​ເຈົ້າ​ກ່າວ​ນາມ​ກໍ​ດີ  ບໍ່ໄດ້​ກ່າວ​ນາມ​ກໍ​ດີ ຂໍ​ໃຫ້​ທຸກ​ທ່ານ ທຸກ​ຄົນ ທຸກ​ພະອົງ​ໄດ້ຮັບ​ບຸນ​ກຸສົນ ແລະ​ບາລະ​ມີ ເປັນ​ຜູ້​ຖື​ບຸນ  ເມື່ອ​ຮັບ​ແລ້ວ​ໂປດ​ສາ​ທຸ​ການ  ອະ​ໜຸ​ໂມທະ​ນາ​ບຸນ​ນີ້​ໃຫ້​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ເທີ​

ມະຫາ ພຣະ ອາຈານ ເທບນິຣການ


ເມື່ອ ຊີວິດ​ໄດ້​ພົບ​ພານ​ສິນລະທຳ  ມັກ​ຈະ​ມີ​ປັນຍາ​ຢູ່ໃນ​ຈິດ​ໃຈ​ເລື່ອຍ​ມາ ມັກ​ຈະ​ເປັນ​ຄົນ​ສຳ​ລວມ ມັກ​ນ້ອຍ ແຕ່​ພໍ​ຕົວ ຂ້າ​ພະ​ເຈົ້າ​ຢູ່​ເທິງ​ພູເຂົາ ລ້ວນ​ແຕ່​ປະພຶດ ປະຕິບັດ​ທຳ ແຕ່​ກຳ​ດີ ລ້ວນ​ກະທຳ​ແຕ່​ກຳ​ດີ ກໍ​ຍັງ​ມີຄວາມວາຍ​ມີ​ເລື່ອງ​ທີ່​ເຮັດໃຫ້  ຂ້າ​ພະ​ເຈົ້າ​ມົວ​ໝອງ​ໃນ​ຈິດ​ໃຈ  ແຕ່​ຂ້າ​ພະ​ເຈົ້າ​ກໍ​ຍັງມີ​ຄຳ​ວ່າ  ຈະ​າງ​ຕໍ່ໄປ ແລະ​ບໍ່​ຢຸດ​ການ​ປະພຶດ​ປະຕິບັດ​ທຳ​ຂອງ​ຂ້າ​ພະ​ເຈົ້າ ເຖິງວ່າ​ຂ້າ​ພະ​ເຈົ້າ​ຈະ​ເກີດ​ມາ ຮ້ອຍ​ຊາດ ພັນ​ຊາດ ໝື່ນ​ຊາດ ແສນ​ຊາດ ລວມ​ເຖິງ​ຊາດ​ປະຈຸບັນ​ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ຕັ້ງ​ຈິດ​ອະທິຖານ​ວ່າ  ຂ້າ​ພະ​ເຈົ້າ​ຈະ​ຂໍ​ກໍ່​ເກີດ​ເປັນ​ລູກ​ພະ​ພຸດ​, ລູກ​ພະ​ທຳ, ລູກ​ພະ​ສົງ  ທຸກ​ພົບ  ທຸກ​ຊາດ ຂ້າ​ພະ​ເຈົ້າ​ບໍ່​ຂໍ​ເກີດ​ເປັນ​ມະນຸດ ຖ້າ​ຈະ​ມີ​ໃຈ​ຄົນຍັກ ໃຈ​ມານ ບໍ່​ຢ້ານ​ບາບ ບໍ່​ຢ້ານ​ກຳ ບໍ່​ຮູ້​ເຈົ້າ​ພໍ່ ເຈົ້າ​ແມ່ ເຈົ້າ​ຄູ​ບາ​ອາຈານ ແມ່ນ​ຊາດ​ນີ້​ຂ້າ​ພະ​ເຈົ້າ​ເກີດ​ມາ​ເປັນ​ມະນຸດ ຂ້າ​ພະ​ເຈົ້າ​ກໍ​ບໍ່​ເສຍ​ທີ​ຊາດ​ເກີດ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ມີ​ສິນ ມີ​ທຳ ມີ​ປັນຍາ ຂ້າ​ພະ​ເຈົ້າ​ຢ້ານ​ບາບ ຢ້ານ​ກຳ   ນະ  ຕັງ  ໂຍ  ຕັງ ຂ້າ​ພະ​ເຈົ້າ​ມີ   ຫິ  ລິ  ໂອ  ຕະ ປະ
ຄື ຮູ້​ຈັກ​ຢ້ານຢ້ຳ​ຕໍ່​ບາບ
               
ຖ້າ​ຂ້າ​ພະ​ເຈົ້າ​ມີ​ກຳ​ບໍ່​ວ່າ​ຈະ​ຢູ່​ຊາດ​ໃດ ໆ ພົບ ​ໃດ  ວຽນວາຍ​ຕາຍ​ເກີດ ອີກ​ຈັກ​ພົບ​ຈັກ​ຊາດ ກໍ​ຂໍ​ໃຫ້​ໄດ້​ກຸ​ສົນ​ຜົນ​ບຸນ​ນີ້ ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະພຶດ​ປະຕິບັດ​ທຳ​ມາ ຂ້າ​ພະ​ເຈົ້າ​ມີ​ນາມ​ວ່າ
" ມະຫາ​ ພຣະ ອາ​ຈານ ເທບ​ນິ​ການ "