ເມື່ອ ຊີວິດໄດ້ພົບພານສິນລະທຳ ມັກຈະມີປັນຍາຢູ່ໃນຈິດໃຈເລື່ອຍມາ ມັກຈະເປັນຄົນສຳລວມ ມັກນ້ອຍ ແຕ່ພໍຕົວ ຂ້າພະເຈົ້າຢູ່ເທິງພູເຂົາ ລ້ວນແຕ່ປະພຶດ ປະຕິບັດທຳ ແຕ່ກຳດີ ລ້ວນກະທຳແຕ່ກຳດີ ກໍຍັງມີຄວາມວາຍມີເລື່ອງທີ່ເຮັດໃຫ້ ຂ້າພະເຈົ້າມົວໝອງໃນຈິດໃຈ ແຕ່ຂ້າພະເຈົ້າກໍຍັງມີຄຳວ່າ ຈະຢາງຕໍ່ໄປ ແລະບໍ່ຢຸດການປະພຶດປະຕິບັດທຳຂອງຂ້າພະເຈົ້າ ເຖິງວ່າຂ້າພະເຈົ້າຈະເກີດມາ ຮ້ອຍຊາດ ພັນຊາດ ໝື່ນຊາດ ແສນຊາດ ລວມເຖິງຊາດປະຈຸບັນມື້ນີ້ ຂ້າພະເຈົ້າຂໍຕັ້ງຈິດອະທິຖານວ່າ ຂ້າພະເຈົ້າຈະຂໍກໍ່ເກີດເປັນລູກພະພຸດ, ລູກພະທຳ, ລູກພະສົງ ທຸກພົບ ທຸກຊາດ ຂ້າພະເຈົ້າບໍ່ຂໍເກີດເປັນມະນຸດ ຖ້າຈະມີໃຈຄົນຍັກ ໃຈມານ ບໍ່ຢ້ານບາບ ບໍ່ຢ້ານກຳ ບໍ່ຮູ້ເຈົ້າພໍ່ ເຈົ້າແມ່ ເຈົ້າຄູບາອາຈານ ແມ່ນຊາດນີ້ຂ້າພະເຈົ້າເກີດມາເປັນມະນຸດ ຂ້າພະເຈົ້າກໍບໍ່ເສຍທີຊາດເກີດ ເພາະວ່າຂ້າພະເຈົ້າມີສິນ ມີທຳ ມີປັນຍາ ຂ້າພະເຈົ້າຢ້ານບາບ ຢ້ານກຳ ນະ ຕັງ ໂຍ ຕັງ ຂ້າພະເຈົ້າມີ ຫິ ລິ ໂອ ຕະ ປະ
ຄື ຮູ້ຈັກຢ້ານຢ້ຳຕໍ່ບາບ
ຖ້າຂ້າພະເຈົ້າມີກຳບໍ່ວ່າຈະຢູ່ຊາດໃດ ໆ ພົບ ໃດ ໆ ວຽນວາຍຕາຍເກີດ ອີກຈັກພົບຈັກຊາດ ກໍຂໍໃຫ້ໄດ້ກຸສົນຜົນບຸນນີ້ ທີ່ຂ້າພະເຈົ້າໄດ້ປະພຶດປະຕິບັດທຳມາ ຂ້າພະເຈົ້າມີນາມວ່າ
ຖ້າຂ້າພະເຈົ້າມີກຳບໍ່ວ່າຈະຢູ່ຊາດໃດ ໆ ພົບ ໃດ ໆ ວຽນວາຍຕາຍເກີດ ອີກຈັກພົບຈັກຊາດ ກໍຂໍໃຫ້ໄດ້ກຸສົນຜົນບຸນນີ້ ທີ່ຂ້າພະເຈົ້າໄດ້ປະພຶດປະຕິບັດທຳມາ ຂ້າພະເຈົ້າມີນາມວ່າ
" ມະຫາ ພຣະ ອາຈານ ເທບນິຣການ "

No comments:
Post a Comment