Wednesday, May 18, 2011

ຄຳກ່າວຮວມບຸນ



ບຸນ​ກຸ​ສົນ​ໃດ ໆ ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ ຮ່າງກາຍ ສັງ​ຂານ  ແລະ​ ດວງ​ຈິດ​ນີ້​ທີ່​ໄດ້ ກະທຳ​ເຈົ້າ​ຄວາມ​ດີ​ມາ ​ຮ້ອຍ​ຊາດ ພັນ​ຊາດ ໝື່ນ​ຊາດ ແສນ​ຊາດ ລວມ​ເຖິງ​ຊາດ​ປະຈຸບັນ​ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ລວມ​ເປັນ ຕະ​ບະ​ເດ​ຊະ ເປັນ​ມະຫາ​ກຸ​ສົນ​ອັນ​ຍິ່ງ​ໃຫຍ່ ເມື່ອ​ລວມ​ແລ້ວ​ຂ້າ​ພະ​ເຈົ້າ  ຂໍ​ນ້ອມ​ຖວາຍ​ບຸນ​ນີ້​ຕໍ່​ອົງພະ​ສຳ​ມາ​ສຳ​ພຸ​ດ​ພະເຈົ້າ ພະ​ພຸ​ດ​ພະເຈົ້າ​ທຸກ ໆ​ພະອົງ ພະ​ພຸດ​ອົງ ອົງ​ພໍ່​ພະ​ລຶສີ ກາຍ​ທິບທຸກ ໆ​ພະອົງ  ເທບ​ພົນ​ຫົມ​ເທ​ວາ​ທັງ​ໝົດ ທັງ​ຫລາຍ ທ່າ​ນົບ​ຍາ​ກຳ ທ່າ​ນົບ​ຍາ​ມັດ​ຈຸ​ລາດ ພູ​ມິ​ເຈົ້າ​ທີ່​ທຸກ​ພົບ​ທຸກ​ພູ​ມິ ເຈົ້າ​ພໍ່ ເຈົ້າ​ແມ່ ເຈົ້າ​ຄູ​ອຸ​ປັດ​ຊາ​ອາຈານ ທຸກ​ພົບ​ທຸກ​ຊາດ ລວມ​ເຖິງ​ຊາດ​ປະ​​ຈຸ​ບັນ​ມື້​ນີ້ ທີ່​ຂ້າ​ພະ​ເຈົ້າ​ກ່າວ​ນາມ​ກໍ​ດີ  ບໍ່ໄດ້​ກ່າວ​ນາມ​ກໍ​ດີ ຂໍ​ໃຫ້​ທຸກ​ທ່ານ ທຸກ​ຄົນ ທຸກ​ພະອົງ​ໄດ້ຮັບ​ບຸນ​ກຸສົນ ແລະ​ບາລະ​ມີ ເປັນ​ຜູ້​ຖື​ບຸນ  ເມື່ອ​ຮັບ​ແລ້ວ​ໂປດ​ສາ​ທຸ​ການ  ອະ​ໜຸ​ໂມທະ​ນາ​ບຸນ​ນີ້​ໃຫ້​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ເທີ​

No comments:

Post a Comment