ເວັບໄຊນີ້ສ້າງຂຶ້ນເພື່ອຮູ້ ບຸນຄຸນ ພຣະ ອາຈານ ເທບນິຣ ການ ທີ່ ພຣະອາຈານ ໄດ້ສັ່ງສອນ ໃຫ້ຮູ້ແຕ່ກຳດີ ລະ ກະທຳ ກຳຊົ່ວ ທັງຫລາຍ.
Tuesday, June 7, 2011
ການດຳເນີນຊີວິດຂອງຂ້າພະເຈົ້າໃນການເດີນ ທາງມາຢ້ຽມປະເທດລາວ
ຕອນນີ້ຂ້າພະເຈົ້າຢູ່ທີ່ ເມືອງລາວ ຫລື ປະເທດລາວ ຂ້າພະເຈົ້າເດິນທາງມາ ເມື່ອ ວັນທີ 31 ພຶດສະພາ 2554 ຂ້າພະເຈົ້າມີຄວາມຮູ້ສຶກວ່າ ຂ້າພະເຈົ້າເຄີຍມາຢູ່ບ່ອນນີ້ ແລະບ່ອນນີ້ຄືກັບເປັນບ້ານເກີດເມືອງນອນ ຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມຮູ້ສຶກຜູກພັນຢູ່ ໃນ ທີ່ປະເທດແຫ່ງນີ້ຫລາຍ ຜູ້ຄົນບ່ອນນີ້ມີແຕ່ຮອຍຍິ້ມ ມີແຕ່ສຽງຫົວທີ່ມີຄວາມສຸກ ມີແຕ່ຄຳວ່າຈິງໃຈ ມອບໃຫ້ກັບຂ້າພະເຈົ້າ ກັບມື້ນີ້ (1 ມີຖຸນາ 2554 ) ທີ່ຂ້າພະເຈົ້າໄດ້ມີໂອກາດໄດ້ໄປເຮັດບຸນ ທີ່ວັດແຫ່ງໜຶ່ງ ຊຶ່ງຢູ່ໃກ້ກັບທີ່ ຂ້າພະເຈົ້າພັກອາໄສຢູ່ ຕອນນີ້, ຂ້າພະເຈົ້າພັກຢູ່ທີ່ ບ້ານໄຮ່ປາກງື້ມ, ທ່າງ່ອນ ເສັ້ນທາງດຽວກັບທີ່ຈະເດິນທາງໄປຍັງ "ພູເຂົາຄວາຍ" ຈາກບ່ອນ ທີ່ຂ້າພະເຈົ້າພັກຢູ່ນີ້ ຫ່າງຈາກພູເຂົາຄວາຍ ໄປປະມານ 30 ກິໂລແມັດ ເທົ່ານັ້ນ, ມື້ນັ້ນແມ່ນມື້ ພະຂ້າພະເຈົ້າໄດ້ມີໂອກາດໄປສູນມົນໄຫວ້ພະທີ່ວັດ ບ້ານໄຮ່ ຊຶ່ງຢູ່ຕິດກັບຂົວທ່າງອນ ຂ້າພະເຈົ້າມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ມີໂອກາດກັບມາຢ້ຽມທີ່ປະເທດລາວອີກເທື່ອ ໜຶ່ງ ຫລາຍສິ່ງຫລາຍຢ່າງບ່ອນນີ້ ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ ບໍ່ວ່າຈະເປັນຄວາມເປັນຢູ່ທີ່ລຽບງ່າຍ ຮຽກວ່າ ຢູ່ງ່າຍ ກິນງ່າຍ ແຕ່ເມື່ອໃດກໍຕາມທີ່ເຖິງກຳນົດການທີ່ຂ້າພະເຈົ້າຈະຕ້ອງເດິນທາງກັບເມືອງ ໄທ ຂ້າພະເຈົ້າກັບມີຄວາມຮູ້ສຶກທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ວ່າ ຂ້າພະເຈົ້າບໍ່ຢາກກັບເລີຍ ເພາະບ່ອນນີ້ໃຫ້ຄວາມຮູ້ສຶກວ່າອົບອຸ່ນສະເໝີ ແລະທຸກສິ່ງທຸກຢ່າງບ່ອນນີ້ຊ່ວຍຫະຫລໍ່ຫລອມໃຫ້ຂ້າພະເຈົ້າຮູ້ຈັກກັບຄວາມເຂັ້ມແຂງແລະ ອົດທົນ ແລະບ່ອນນີ້ປຽບເຫມືອນເປັນບ້ານ ເກີດຫລັງທີ່ສອງຂອງຂ້າພະເຈົ້າ ທຸກ ໆຄຳເວົ້າ ທີ່ເວົ້າວ່າ " ສະບາຍດີເຈົ້າ " ທຸກ ໆຮອຍຍິ້ມ ຂອງຄົນເມືອງລາວ ເຮັດໃຫ້ຂ້າພະເຈົ້າມີຄຳວ່າ ຮັກ ແລະ ເມດຕາ ແລະຄຳວ່າ ຜູກພັນ ບໍ່ວ່າຈະເປັນເດັກ ຫລືເປັນຜູ້ໃຫຍ່ ຫລື ຄົນແກ່ ກໍເຂົ້າມາເວົ້າໂອ້ລົມ ກັບຂ້າພະເຈົ້າ ຂ້າພະເຈົ້າມີຄວາມຮູ້ສຶກດີທີ່ຂ້າພະເຈົ້າໄດ້ລົມເລື່ອງທຳມະກັບຜູ້ອື່ນ
ເຖິງແມ່ນຂ້າພະເຈົ້າຈະມີຄວາມສຸກໃນການປະຕິບັດທຳ ແຕ່ຂ້າພະເຈົ້າກໍມີຄວາມທຸກຢູ່ໃນໃຈ ຄືກັນ ມີຄຳວ່າ" ພັດພາກ" ຄຳວ່າ " ເສຍໃຈ " ຄຳວ່າ "ດີໃຈ" ຂ້າພະເຈົ້າກໍມີຄຳເຫລົ່ານີ້ເໝືອນກັບຄົນອື່ນ ໆ ຂ້າພະເຈົ້າບໍ່ຮູ້ວ່າ ຄຳວ່າ " ດີ " ຂອງຄົນອື່ນ ໆ ນັ້ນ ມີຄວາມຫມາຍພຽງໃດ ແຕ່ສິ່ງໜຶ່ງທີ່ຂ້າພະເຈົ້າຮູ້ ຄືຂ້າພະເຈົ້າຮູ້ຈັກຄຳວ່າ ຮຽນຮູ້ເຮັດແຕ່ກຳດີ ເພື່ອຊ່ວຍ ເຫລືອຜູ້ອື່ນ ເຖິງ ແມ່ນຕົວຂ້າພະເຈົ້າຈະຮູ້ສຶກເໜື່ອຍ ສັກພຽງໃດ ແຕ່ຂ້າພະເຈົ້າກໍຈະມີແຕ່ຄຳວ່າ " ໃຫ້ " ແກ່ຜູ້ອື່ນສະເໝີ ສະເໝີ ເໝືອນດັ່ງເຊັ່ນໃນມື້ນີ້ ຂ້າພະເຈົ້າໄດ້ມີໂອກາດຕັ້ງຊື່ໃຫ້ກັບ ເດັກຜູ້ຍິງຄົນໜຶ່ງ ຊື່ວ່າ " ມາຕາ " ຊື່ຫລິ້ນວ່າ " ໜາມເຕີຍ " ຊຶ່ງເປັນລູກຂອງລູກສິດຂອງຂ້າພະເຈົ້າເອງ ຂ້າພະເຈົ້າໄດ້ເຫັນມະນຸດ ທັງເດັກ ທັງຜູ້ໃຫຍ່ ທັງຄົນແກ່ ແລະໄດ້ເຫັນແມ່ນກະທັ່ງຄວາມຕາຍ ແຕ່ມະນຸດ ໄດ້ເຫັນ ບາບ ຫລື ກຳ ດັງທີ່ຂ້າພະເຈົ້າໄດ້ເຫັນ ບໍໜໍ ຄົນເຮົາເກີດມາ ມີບາບ ມີກຳ ກັນທຸກຄົນ ແຕ່ຄົນເຮົາໜີຄວາມຕາຍ ບໍ່ພົ້ນ ແຕ່ໜີຄວາມທຸກຍາກລຳບາກໄດ້ ຖ້າເຮົາຂະຫຍັນແລະໝັ່ນພຽນ ຮູ້ຈັກກິນ ຮູ້ຈັກເກັບ ຮູ້ຈັກໃຊ້ ພໍມີ ພໍຢູ່ ພໍກິນ ໃຫ້ຮູ້ຈັກເຮັດບຸນເຮັດກຸສົນນຳ ໃຫ້ຮູ້ຈັກແບ່ງປັນໃຫ້ກັບຜູ້ອື່ນທີ່ດ້ອຍກວ່າເຮົາ ກໍຖືວ່າເຮັດບຸນເຮັດກຸສົນແລ້ວ ສ່ວນຕົວຂ້າພະເຈົ້າເອງບໍ່ເຄີຍຄິດວ່າທຸກ ໆຄົນວ່າຈະເປັນເໝືອນຂ້າພະເຈົ້າ ແຕ່ໃຫ້ຮູ້ຈັກເຮັດດີ ສັກເທື່ອກໍຖືວ່າເປັນບຸນແລ້ວ ມະ ຍະ ນະ ໂຕ
ໃນບາງເທື່ອ ຂ້າພະເຈົ້າກໍນັ່ງຖອດຖອນລົມຫາຍໃຈ ແບບຄົນທໍ້ແທ້ ຂ້າພະເຈົ້າກໍມີຄວາມທຸກເປັນເໝືອນຄົນອື່ນ ໆ ຂ້າພະເຈົ້າກໍມີຄວາມຮູ້ສຶກຄິດເຖິງ ມີຄວາມຮູ້ສຶກຫ່ວງໃຍທຸກ ໆຄົນ ທີ່ຮູ້ຈັກຂ້າພະເຈົ້າ ເປັນເໝືອນຄົນອື່ນ ໆ ທົ່ວໄປ ແຕ່ຂ້າພະເຈົ້າກໍຮຽນຮູ້ຈັກໃຊ້ຊີວິດ ແລະຢາກໃຫ້ທຸກ ໆຄົນ ຮູ້ຈັກສູນມົນພາວານາ ນັ່ງສະມາທິ ໃຫ້ຮູ້ຈັກ ຮັກພໍ່ແລະຮັກແມ່ ເໝືອນກັບທີ່ພໍ່ກັບແມ່ຮັກເຮົາ ແລ້ວໃຫ້ຮູ້ຈັກຄິດເຖິງຜູ້ອື່ນກ່ອນທີ່ຜູ້ອື່ນຈະຄິດເຖິງເຮົາ ຄືໃຫ້ຄິດເຖິງຄວາມດີຂອງພວກເຂົາ ສິ່ງເຫລົ້ານີ້ຈະເປັນຄວາມຮັກທີ່ມີຄ່າຫລາຍທີ່ສຸດໃນໂລກ ຖ້າຢາກມີຄວາມສຸກໃນຊີວິດປະຈຳວັນແຕ່ລະມື້ ຕ້ອງຝຶກໃຫ້ມີຮອຍຍິ້ມໃຫ້ກັບຜູ້ອື່ນກ່ອນໃນແຕ່ລະມື້ ຮອຍຍິ້ມທີ່ເຕັມໃຈຈະຍິ້ມນັ້ນ ຄືຄວາມສຸກທີ່ສຸດໃນໂລກແລ້ວ ເໝືອນຜູ້ອື່ນທີ່ມີຮອຍຍິ້ມໃຫ້ ເວົ້າຈາດີກັບເຮົາ ເຮົາກໍມີຮອຍຍິ້ມຕອບກັບແລະມີຄຳເວົ້າດີ ໆ ຕອບກັບ ກໍຖືວ່າມີຄວາມສຸກໃນຊີວິດປະຈຳວັນແລ້ວ
ທຸກ ໆ ເທື່ອທີ່ຂ້າພະເຈົ້າໄດ້ຢູ່ຄົນດຽວ ຫລື ເຖິງແມ່ນຈະມີຜູ້ຄົນມາຫາຂ້າພະເຈົ້າຫລວງຫລາຍ ແຕ່ຈິດໃຈຂອງຂ້າພະເຈົ້າກໍເໝືອນຢູ່ຕົວຄົນດຽວເລື່ອຍໄປ ເພາະບໍ່ມີໃຜເຂົ້າໃຈຄວາມຮູ້ສຶກຂອງຂ້າພະເຈົ້າ ວ່າຂ້າພະເຈົ້າເໜື່ອຍ ຫລື ທໍ້ ຫລື ເຈັບ ຫລື ປວດ ຫລື ຮ້າຍ ຫລື ກຽດຊັງ ຫລື ຊັງ ມີພຽງຕົວຂອງຂ້າພະເຈົ້າເອງເທົ່ານັ້ນທີ່ຮູ້ຕົວເອງດີ ເພາະຂ້າພະເຈົ້າໄດ້ຮຽນຮູ້ຊີວິດຂອງຂ້າພະເຈົ້າ ແຕ່ພວກທ່ານຮູ້ຈັກຊີວິດຈິດໃຈຂອງຕົວເອງດີພຽງໃດ ຂ້າພະເຈົ້າຢາກໃຫ້ທຸກຄົນຮູ້ຈັກຊີວິດຈິດໃຈຕົວເອງ ແລ້ວພວກທ່ານຈະມີຄວາມສຸກໃນຊີວິດທີ່ສຸດໃນໂລກ ຄື " ຖ້າຕົວເຮົາຮູ້ຕົວເຮົາເອງດີ " ສຸດທ້າຍນີ້ ຂ້າພະເຈົ້າຂໍໃຫ້ທຸກຄົນມີຄວາມສຸກຄວາມຈະເລີນໃນການດຳເນີນຊີວິດຕໍ່ໄປໃນມື້ຂ້າງໜ້າ ຢ່າງມີສະຕິທຸກ ໆ ຄົນ ເທີດ ຂ້າພະເຈົ້າມີນາມວ່າ " ມະຫາ ເທບ ນິຣການ "
Subscribe to:
Post Comments (Atom)



No comments:
Post a Comment