ລູກສິດ ພຣະອາຈານ ເທບ ນິຣການ
ເວັບໄຊນີ້ສ້າງຂຶ້ນເພື່ອຮູ້ ບຸນຄຸນ ພຣະ ອາຈານ ເທບນິຣ ການ ທີ່ ພຣະອາຈານ ໄດ້ສັ່ງສອນ ໃຫ້ຮູ້ແຕ່ກຳດີ ລະ ກະທຳ ກຳຊົ່ວ ທັງຫລາຍ.
Thursday, June 9, 2011
ຈຸດຢືນທີ່ຂ້າພະເຈົ້າໄດ້ສ້າງ Facebook ຂຶ້ນ
ຂ້າພະເຈົ້າໄດ້ພຶ່ງປະຕິບັດທຳມາ ເຖິງຂ້າພະເຈົ້າຈະບໍ່ໄດ້ເປັນຄົນເກັ່ງທີ່ສຸດ ແຕ່ຂ້າພະເຈົ້າກໍບໍ່ເຄີຍຄິດທີ່ຈະແຕກແຖວຢູ່ໃນຄວາມຮູ້ສຶກຂອງຂ້າພະເຈົ້າເລີຍ ເພາະວ່າຂ້າພະເຈົ້າ ບໍ່ຄິດດ້ວຍຊ້ຳວ່າຂ້າພະເຈົ້າເປັນຜູ້ເກັ່ງ ມີລິດ ມີເດດ ແຕ່ຂ້າພະເຈົ້າ ຂໍບອກທຸກຄົນວ່າ ທຸກຄົນເກີດມາມີບຸນ ມີບາລະມີ ບໍ່ຄືກັນ ແຕ່ຂ້າພະເຈົ້າບໍ່ເຄີຍສອນລູກສິດ ຂອງຂ້າພະເຈົ້າໃຫ້ເຫາະເຫີນຢ່າງຕາມອາກາດໄດ້ ເພາະວ່າໂດຍສ່ວນຕົວຂອງຂ້າພະເຈົ້າກໍເຫາະເຫີນຢ່າງອາກາດບໍ່ໄດ້ ແຕ່ຂ້າພະເຈົ້າກໍປະຕິບັດດີ ປະຕິບັດທຳມມາຕະຫລອດ ໂດຍບໍ່ເຄີຍຮຽກຮ້ອງເອົາຊັບສິນເງີນທອງຈາກຜູ້ໃດ ຂ້າພະເຈົ້າຍັງໝັ່ນໃຈຢູ່ສະເໝີວ່າຂ້າພະເຈົ້າບໍ່ໄດ້ອວດອົງ ທະນົງໂຕ ວ່າຂ້າພະເຈົ້າມີວິຊາອາຄົມເກັ່ງກ້າ ແຕ່ຂ້າພະເຈົ້າຢາກຈະບອກໃຫ້ທຸກ ໆຄົນຮູ້ວ່າ ຖ້າມີຜູ້ໜຶ່ງຜູ້ໃດ ໂພດເຂົ້າມາໃນ ເຟດບຸ໊ກ ຂອງຂ້າພະເຈົ້າເກີນຄວາມຈິງ ແມ່ນມັນຈະເກີດຂຶ້ນຈິງຕາມ ທີ່ຂ້າພະເຈົ້າບໍ່ໄດ້ສ່ຽມສອນມາ ຂ້າພະເຈົ້າຈະບໍ່ໃຫ້ມີຄຳວ່າ facebook " ເທບນິຣການ " ອີກຕະຫລອດໄປ ແລ້ວຂ້າພະເຈົ້າກໍຈະບໍ່ໃຫ້ ໃຜໄດ້ຕິດຕໍ່ກັບຕົວຂ້າພະເຈົ້າ ເພາະວ່າຂ້າພະເຈົ້າຖືວ່າບໍ່ແມ່ນເສັ້ນທາງຂອງຂ້າພະເຈົ້າ ແລ້ວຈົ່ງເປັນຄົົນທີ່ຮູ້ຕົນເອງດີ ແລ້ວສະພາວະຈິດຂອງຕົນເອງດີ ກໍຈະເກີດປັນຍາ ບໍ່ແມ່ນເກີດປັນຍາຈາກຄຳບອກເລົ່າຂອງຜູ້ອື່ນແລ້ວຈັບຫຍິບຍົກມາເລົ່າຂານ ວ່າຕົນເອງເປັນສິ່ງນັ້ນສິ່ງນີ້ຂຶ້ນມາ.
ຂ້າພະເຈົ້າ ໄດ້ຕັດສິນໃຈຢູ່ດົນກວ່າທີ່ຂ້າພະເຈົ້າຈະເຮັດ facebook ສ່ວນຕົວຂຶ້ນມາ ຂ້າພະເຈົ້າຄິດເຖິງຂໍ້ດີ ແລະຂໍ້ເສຍຂອງ facebook ຂອງຂ້າພະເຈົ້າ ຖາມວ່າໂລກໄຊເບີລ໌ ຫລືໂລກອິນເຕີເນັດ ເຮັດເຈົ້າປະໂຫຍດໃຫ້ຄົນໄດ້ບໍໃນໂລກຂອງທຳມະ ກໍເຮັດໄດ້ ແລະເຮັດປະໂຫຍດໃຫ້ຜູ້ຄົນຫລວງຫລາຍ ຖ້າຮູ້ຄຳວ່າ " ທຳມະ "ຢ່າງຈິງຈັງ ບໍ່ແມ່ນຮູ້ວ່າ ເຮັດເພື່ອເງີນ ແລະເຮັດເພື່ອຫາຜົນປະໂຫຍດໃຫ້ກັບຕົນເອງ ຖ້າມີຜູ້ໃດໂພດ ເຂົ້າມາອວດອົງທະນົງໂຕອີກ ແບບຮູ້ແຈ້ງເຫັນຈິງ ຂ້າພະເຈົ້າຈະບໍ່ໃຫ້ມີ facebook " ເທບນິຣການ " ອີກຕໍ່ໄປ
Wednesday, June 8, 2011
ຄວາມຮູ້ສຶກໃນດ້ານທຳມະຂອງຂ້າພະເຈົ້າທີ່ຂ້າພະເຈົ້າໄດ້ປະຕິບັດທຳ
ຂ້າພະເຈົ້າໄດ້ເດິນທາງກັບມາຮອດເມືອງໄທ ເມື່ອວັນທີ່ 6 ມິຖຸນາ 2554 ຂ້າພະເຈົ້າໄດ້ໄປປະຕິບັດທຳຢູ່ທີ່ພວກເຂົາຄວາຍ ພະບາດແອນຂັນ ປະເທດລາວ ຂ້າພະເຈົ້າໄດ້ໄປສັກກາລະຮອຍພະບາດແອນຂັນ ແລະຂ້າພະເຈົ້າໄດ້ເດິນທາງຂຶ້ນໄປເທິງພູເຂົາ ຊຶ່ງມີລະຍະທາງປະມານ 4-5 ກິໂລແມັດ ທັງສອງ ຂ້າງທາງຂອງຖະໜົນຈະເຕັມໄປດ້ວຍ ປ່າແຮ່ທຶບແລະຫນາແຫນ້ນໄປດ້ວຍຕົ້ນໄມ້ໃຫຍ່ນ້ອຍຫລວງ-ຫລາຍ ຈະຜ່ານເມືອງ "ບາງບົດ" ແລະ ຜ່ານຖ້ຳລືສີ ແລະຍ່າງຂຶ້ນໄປອີກໜ້ອຍກໍຈະພົບກັບ ເມືອງຄົນຍັກ ແລະສຸດທ້າຍທີ່ສຸດ ກໍຄື ດິນແດນແຫ່ງທຳມະ ທີ່ມີອົງພະສຳມາສຳພຸດທະເຈົ້າ ປະດິດຖານຢູ່ທີ່ພູເຂົາ ຂ້າພະເຈົ້າເດິນທາງໄປອີກປະມານ 2 ຊົ່ວໂມງ ຂ້າພະເຈົ້າ ຈະໄດ້ຮັບຮູ້ເຖິງຄວາມຮູ້ສຶກພາຍໃນໃຈຂອງຂ້າພະເຈົ້າວ່າ ຫາຍເມື່ອຍ ເມື່ອໄດ້ເຫັນດິນແດນທີ່ສະຫງົບງຽບ ເໝາະແກ່ການປະຕິບັດທຳເປັນຢ່າງຍິ່ງ ຂ້າພະເຈົ້າມີຄາວົມຮູ້ສຶກວ່າດິນແດນແຫ່ງນີ້ ເໝືອນຂ້າພະເຈົ້າໄດ້ເຄີຍມາຢູ່ໃນ ແຫ່ງນີ້ ແຕ່ກໍບໍ່ມີເຄື່ອງ ໝາຍຫຍັງມາຢືນຢັນໄດ້ວ່າຂ້າພະເຈົ້າໄດ້ເຄີຍມາຢູ່ໃນດິນແດນແຫ່ງນີ້ ແຕ່ຂ້າພະເຈົ້າຮູ້ວ່າຕອນນີ້ຂ້າພະເຈົ້າໄດ້ມາຮອດບ່ອນທີ່ ທີ່ຂ້າພະເຈົ້າໄດ້ປະຕິບັດທຳແລ້ວ ຂ້າພະເຈົ້າກໍເລີຍຢ່າງລັດເລາະປ່າ ທີ່ເປັນໂຂນຫີນແລະເປັນລຳທານ ຂ້າພະເຈົ້າຫາທີ່ນັ່ງສະໝາທິ ຊຶ່ງຢູ່ໃນໂຂດນຫີນ ຈົນໄດ້ພົບກັບທີ່ ໆ ຂ້າພະເຈົ້າເຫັນວ່າເປັນທີ່ສົມຄວນໃນການນັ່ງປະຕິບັດທຳໃນ ທີ່ແຫ່ງນີ້ ຂ້າພະເຈົ້າໄດ້ຕັ້ງຈິຕໍສິຖານວ່າ ຂ້າພະເຈົ້າຂໍນຶກເຖິງ ເຈົ້າພະພຸດທະ ເຈົ້າພະທຳ ເຈົ້າພະສົງ ເຈົ້າພໍ່ ເຈົ້າແມ່ ເຈົ້າຄູອຸປັດຊາອາຈານ ແລະຂ້າພະເຈົ້າກໍໄດ້ສູນມົນຢູ່ໃນ ທີ່ເທິງພວກເຂົານັ້ນພຽງລຳພັງຄົນດຽວ ຫລັງຈາກທີ່ຂ້າພະເຈົ້າສູນມົນສຳເລັດແລ້ວ ຂ້າພະເຈົ້າໄດ້ນັ່ງສະໝາທິຕໍ່ ອີກ 1 ຊົ່ວໂມງ ແຕ່ການນັ່ງສະໝາທິຂອງຂ້າພະເຈົ້ານັ້ນ ຂ້າພະເຈົ້າຮູ້ສຶກໄດ້ວ່າຂ້າພະເຈົ້າບໍ່ເຈັບບໍ່ປວດເລີຍ ເພາະວ່າພື້ນທີ່ຂ້າພະເຈົ້ານັ່ງນັ້ນເປັນໂຂນຫີນ ບໍ່ມີຄວາມຮູ້ສຶກທີ່ຈະເຮັດໃຫ້ຕົວເອງເຈັບປວດຫລືຫຍໍ້ທໍ້ທີ່ຈະຢູ່ໃນສະໝາທິນັ້ນ ຂ້າພະເຈົ້າເກີດມີຄວາມຄິດ ຄຳວ່າວ່າງເປົ່າ ຄຳວ່າບໍ່ມີຕົວຕົນ ບໍ່ຮູ້ເຈັບ ບໍ່ຮູ້ປວດ ບໍ່ຮູ້ຈັກຄຳວ່າທໍ້ແທ້ ຢູ່ໃນສະໝາທິນັ້ນ ຂ້າພະເຈົ້າມີຄວາມຮູ້ສຶກວ່າຕົວເອງເປັນຫຍັງເຖິງມາພົບກັບຄວາມສຸກທີ່ສຸດໃນການນັ່ງສະໝາທິ ເທື່ອນີ້
ຫລັງຈາກນັ້ນຂ້າພະເຈົ້າໄດ້ອອກຈາກສະໝາທິ ລູກສິດທີ່ຕາມຂ້າພະເຈົ້າໄປກໍຍັງຢ່າງຂຶ້ນມາບໍ່ທັນຮອດ ຂ້າພະເຈົ້າເລີຍຍ່າງລັດເລາະປ່າເຂົ້າໄປເລິກກວ່ານັ້ນອີກ ຂ້າພະເຈົ້າໄດ້ຍິນສຽງນົກຮ້ອງ ໄດ້ຍິນສຽງລົມພັດໃບໄມ້ ແລະຂ້າພະເຈົ້າໄດ້ໄປເຫັນໂຂນຫີນ, ອີກໂຂນຫີນໜຶ່ງທີ່ງາມຫລາຍ ຂ້າພະເຈົ້າເລີຍໄດ້ໄປນັ່ງພັກຜ່ອນຍັງໂຂນຫີນແຫ່ງນັ້ນ ຂ້າພະເຈົ້າປ່ອຍຕົວຕາມສະບາຍ ຜ່ອນຄາຍ ແລະບໍ່ໄດ້ຄິດຫຍັງຫລວງຫລາຍນັກ ແລະກໍບໍ່ໄດ້ຄິດວ່າຈະມີສິ່ງໃດທີ່ຈະມາເຮັດຮ້າຍ ຂ້າພະເຈົ້າ ໃນ ທີ່ກາງປ່າແຫ່ງນີ້ ຂ້າພະເຈົ້າເຂົ້າໃຈຄຳວ່າ "ທຳມະຊາດໃຫ້ຫຍັງກັບຜູ້ຖືສິນ " ຄື ທຳມະຊາດໃຫ້ຄວາມງຽບ ຄວາມສະຫງົບ ແລະສະໝາທິການຄິດ ເພາະວ່າ ຄວາມຄິດເຮົາຢູ່ໃນກາງປ່າ ເຮົາຈະນຶກເຖິງ ແລະຄິດເຖິງສິ່ງທີ່ບໍ່ມີພົມແດນບໍ່ມີເຂດມາຂວາງກັນໄດ້ເລີຍ ກໍຄື ທຳມະທາດ ຄຳວ່າ ທຳມະທາດ ຄື ທາດ ຂັນ ອິນທີ ຄືເຮົາຫະຫລໍ່ຫລອມ ໃຫ້ເປັນໜຶ່ງດຽວ ກໍຈະມີຄວາມສຸກ ຂ້າພະເຈົ້າມີຄວາມສຸກເມື່ອຂ້າພະເຈົ້າເຫັນໃບໄມ້ທີ່ເປັນສີຂຽວປິວໄປ ເວລາໂດນລົມພັດ ຈະລູ່ລົມໄປຄົນລະທິດຄົນລະທາງກັນແຕ່ລຳຕົ້ນນັ້ນກໍບໍ່ໄດ້ໄປກັບສາຍລົມນັ້ນເລີຍ ປຽບເໝືອນຊີວິດຂ້າພະເຈົ້າ ຖ້າບໍ່ເຈີທຳມະຊາດ ກໍບໍ່ໄດ້ເຫັນ ຫົວໃຈຂອງຂ້າພະເຈົ້າເອງວ່າຕ້ອງການສິ່ງໃດ ຂ້າພະເຈົ້າຍັງມີຄວາມຮູ້ສຶກວ່າ ເກີດເປັນຄົນ ຫາທີດີບ່ອນໃດ ແຕ່ເຮັດຊົ່ວບໍ່ຕ້ອງມີເວລາເຫາ ແຕ່ຄົນຄິດຈະເຮັດດີ ແມ່ນຈະຄິດກໍຍັງບໍ່ມີເວລາເລີຍ ຫາເວລາໄດ້ຍາກແຄ້ນ ແຕ່ກໍມີນ້ຳອົດນ້ຳທົນທີ່ຈະສູ້ ຂ້າພະເຈົ້າໄດ້ຄວາມຄິດຫຍັງຫລາຍ ໆຢາງເມື່ອຂ້າພະເຈົ້າໄປ ໃນປ່າ ຫລັງຈາກນັ້ນຂ້າພະເຈົ້າກໍໄດ້ເດິນທາງກັບລົງມາພ້ອມກັບລູກສິດຍ໌ຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ມາເຈີຄູບາອາຈານທີ່ເປັນພະນັກປະຕິບັດ ທີ່ເປັນພະອາຈານ ຢູ່ທີ່ປະເທດໄທ ແລະໄດ້ໄປປະຕິບັດທຳຢູ່ບ່ອນນີ້ ກໍເລີຍໄດ້ນັ່ງລົມກັນ ເລື່ອງທຳມະ ພະອາຈານທ່ານກໍມີແງ່ຄິດເລື່ອງທຳມະທີ່ດີ ຄຳແລກທີ່ພະອາຈານທ່ານເບິ່ງເຫັນຂ້າພະເຈົ້າ ທ່ານໄດ້ຮຽກຂ້າພະເຈົ້າວ່າ " ລືສີ " ຂ້າພະເຈົ້າກໍໄດ້ຕອບກັບໄປວ່າ " ຂ້າພະເຈົ້າບໍ່ແມ່ນ ລືສີ ຂ້າພະເຈົ້າເປັນຜູ້ຖືສິນ 5 ເປັນຜູ້ປະຕິບັດດີ " ຫລັງຈາກນັ້ນຂ້າພະເຈົ້າກໍໄດ້ກາບລາພະອາຈານວ່າ ຂ້າພະເຈົ້າຈະກັບເມືອງໄທ ມື້ນີ້ ຂ້າພະເຈົ້າເລີຍຖືໂອກາດກາບລາ ພະອາຈານທີ່ຢູ່ເທິງນັ້ນ ແລ້ວຂ້າພະເຈົ້າກໍໄດ້ລາພະອາຈານທີ່ຢູ່ທີ່ພະບາດແອນຂັນ ພະອາຈານທ່ານໄດ້ຊວນໃຫ້ຂ້າພະເຈົ້າພັກຢູ່ຕໍ່ ແຕ່ຂ້າພະເຈົ້າໄດ້ຕອບກັບໄປວ່າຂ້າພະເຈົ້າມາໄດ້ຫລາຍມື້ແລ້ວ ຂ້າພະເຈົ້າເລີຍບອກພະອາຈານ ວ່າ ຖ້າຂ້າພະເຈົ້າມີໂອກາດຂ້າພະເຈົ້າຈະມາປະຕິບັດທຳໃນ ທີ່ແຫ່ງນີ້ອີກ ແລ້ວຫລວງປູ່ທ່ານກໍເລີຍຍິ້ມ ໆ ໃຫ້ ແລ້ວທ່ານກໍເວົ້າຂຶ້ນມາວ່າ " ເຮົາຄົງຈະໄດ້ເຈີກັນອີກແນ່ນອນ "ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ກາບລາທ່ານເພື່ອເດິນທາງກັບເມືອງໄທ ລູກສິດຂອງຂ້າພະເຈົ້າໄດ້ຂັບລົດມາສົ່ງຂ້າພະເຈົ້າທີ່ ຂົວມິດພາບໄທ-ລາວ ທີ່ ໜອງຄາຍ ເມື່ອລົດທີ່ຂ້າພະເຈົ້ານັ່ງມາເຖິງຂົວມິດພາບໄທ-ລາວ ແລ້ວຂ້າພະເຈົ້າມີຄວາມຮູ້ສຶກວ່າບໍ່ຢາກກັບມາເມືອງໄທເລີຍ ເມື່ອລົດແລ່ນມາຮອດຄຶ່ງກາງຂົວແລ້ວ ຂ້າພະເຈົ້າໄດ້ຫລຽວກັບຫລັງໄປ ແລະເວົ້າຂຶ້ນໃນໃຈວ່າ " ວັນຫນຶ່ງ ຂ້ອຍຈະໄດ້ກັບມາຢູ່ ໃນ ທີ່ແຫ່ງນີ້ ອີກຢ່າງແນ່ນອນ" ແຕ່ຄວາມຮູ້ສຶກເຫລົ່ານັ້ນໄດ້ສອນໃຫ້ຂ້າພະເຈົ້າໄດ້ຮູ້ວ່າ " ຄວາມດີຢູ່ບ່ອນໃດ " ຄວາມດີຢູ່ກັບຕົວເຮົາເອງ ສິນລະທຳກໍຢູ່ກັບຕົວເຮົາເອງ ເຮົາຢາກເປັນຄົນດີ ເຮົາກໍເຮັດດີບໍ່ໃຫ້ຜູ້ອື່ນເດືອນຮ້ອນ ແລະສິນລະທຳກໍຄືເຮົາບໍ່ໄດ້ເຮັດຜິດສິນຂໍ້ໃດ ໆ ບໍ່ໄດ້ໄປກິນເຫລົ້າ ບໍ່ໄດ້ໄປເຮັດຜິດກົດໝາຍ ໄປເຮັດສິ່ງທີ່ບໍ່ດີ ສິ່ງທີ່ພວກເຂົາຫວງຫ້າມ ສິ່ງທີ່ຜິດສິນລະທຳ ມະ ນະ ຍະ ໂຕ ຕັງ
ທ້າຍນີ້ ຂ້າພະເຈົ້າຂໍອຳນວຍອວຍ-ພອນໃຫ້ກັບທຸກ ໆທ່ານ ທີ່ໄດ້ເຂົ້າມາອ່ານ ມຸມມອງແລະຄວາມຮູ້ສຶກຂອງຂ້າພະເຈົ້າໃຫ້ໄດ້ມີແຕ່ຄວາມສຸກແລະຄວາມຈະເລີນທຸກ ໆ ຄົນເທີດ ຂ້າພະເຈົ້າມີນາມວ່າ " ເທບນິນການ "
Tuesday, June 7, 2011
ການດຳເນີນຊີວິດຂອງຂ້າພະເຈົ້າໃນການເດີນ ທາງມາຢ້ຽມປະເທດລາວ
ຕອນນີ້ຂ້າພະເຈົ້າຢູ່ທີ່ ເມືອງລາວ ຫລື ປະເທດລາວ ຂ້າພະເຈົ້າເດິນທາງມາ ເມື່ອ ວັນທີ 31 ພຶດສະພາ 2554 ຂ້າພະເຈົ້າມີຄວາມຮູ້ສຶກວ່າ ຂ້າພະເຈົ້າເຄີຍມາຢູ່ບ່ອນນີ້ ແລະບ່ອນນີ້ຄືກັບເປັນບ້ານເກີດເມືອງນອນ ຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມຮູ້ສຶກຜູກພັນຢູ່ ໃນ ທີ່ປະເທດແຫ່ງນີ້ຫລາຍ ຜູ້ຄົນບ່ອນນີ້ມີແຕ່ຮອຍຍິ້ມ ມີແຕ່ສຽງຫົວທີ່ມີຄວາມສຸກ ມີແຕ່ຄຳວ່າຈິງໃຈ ມອບໃຫ້ກັບຂ້າພະເຈົ້າ ກັບມື້ນີ້ (1 ມີຖຸນາ 2554 ) ທີ່ຂ້າພະເຈົ້າໄດ້ມີໂອກາດໄດ້ໄປເຮັດບຸນ ທີ່ວັດແຫ່ງໜຶ່ງ ຊຶ່ງຢູ່ໃກ້ກັບທີ່ ຂ້າພະເຈົ້າພັກອາໄສຢູ່ ຕອນນີ້, ຂ້າພະເຈົ້າພັກຢູ່ທີ່ ບ້ານໄຮ່ປາກງື້ມ, ທ່າງ່ອນ ເສັ້ນທາງດຽວກັບທີ່ຈະເດິນທາງໄປຍັງ "ພູເຂົາຄວາຍ" ຈາກບ່ອນ ທີ່ຂ້າພະເຈົ້າພັກຢູ່ນີ້ ຫ່າງຈາກພູເຂົາຄວາຍ ໄປປະມານ 30 ກິໂລແມັດ ເທົ່ານັ້ນ, ມື້ນັ້ນແມ່ນມື້ ພະຂ້າພະເຈົ້າໄດ້ມີໂອກາດໄປສູນມົນໄຫວ້ພະທີ່ວັດ ບ້ານໄຮ່ ຊຶ່ງຢູ່ຕິດກັບຂົວທ່າງອນ ຂ້າພະເຈົ້າມີຄວາມຮູ້ສຶກດີໃຈຫລາຍທີ່ໄດ້ມີໂອກາດກັບມາຢ້ຽມທີ່ປະເທດລາວອີກເທື່ອ ໜຶ່ງ ຫລາຍສິ່ງຫລາຍຢ່າງບ່ອນນີ້ ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ ບໍ່ວ່າຈະເປັນຄວາມເປັນຢູ່ທີ່ລຽບງ່າຍ ຮຽກວ່າ ຢູ່ງ່າຍ ກິນງ່າຍ ແຕ່ເມື່ອໃດກໍຕາມທີ່ເຖິງກຳນົດການທີ່ຂ້າພະເຈົ້າຈະຕ້ອງເດິນທາງກັບເມືອງ ໄທ ຂ້າພະເຈົ້າກັບມີຄວາມຮູ້ສຶກທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ວ່າ ຂ້າພະເຈົ້າບໍ່ຢາກກັບເລີຍ ເພາະບ່ອນນີ້ໃຫ້ຄວາມຮູ້ສຶກວ່າອົບອຸ່ນສະເໝີ ແລະທຸກສິ່ງທຸກຢ່າງບ່ອນນີ້ຊ່ວຍຫະຫລໍ່ຫລອມໃຫ້ຂ້າພະເຈົ້າຮູ້ຈັກກັບຄວາມເຂັ້ມແຂງແລະ ອົດທົນ ແລະບ່ອນນີ້ປຽບເຫມືອນເປັນບ້ານ ເກີດຫລັງທີ່ສອງຂອງຂ້າພະເຈົ້າ ທຸກ ໆຄຳເວົ້າ ທີ່ເວົ້າວ່າ " ສະບາຍດີເຈົ້າ " ທຸກ ໆຮອຍຍິ້ມ ຂອງຄົນເມືອງລາວ ເຮັດໃຫ້ຂ້າພະເຈົ້າມີຄຳວ່າ ຮັກ ແລະ ເມດຕາ ແລະຄຳວ່າ ຜູກພັນ ບໍ່ວ່າຈະເປັນເດັກ ຫລືເປັນຜູ້ໃຫຍ່ ຫລື ຄົນແກ່ ກໍເຂົ້າມາເວົ້າໂອ້ລົມ ກັບຂ້າພະເຈົ້າ ຂ້າພະເຈົ້າມີຄວາມຮູ້ສຶກດີທີ່ຂ້າພະເຈົ້າໄດ້ລົມເລື່ອງທຳມະກັບຜູ້ອື່ນ
ເຖິງແມ່ນຂ້າພະເຈົ້າຈະມີຄວາມສຸກໃນການປະຕິບັດທຳ ແຕ່ຂ້າພະເຈົ້າກໍມີຄວາມທຸກຢູ່ໃນໃຈ ຄືກັນ ມີຄຳວ່າ" ພັດພາກ" ຄຳວ່າ " ເສຍໃຈ " ຄຳວ່າ "ດີໃຈ" ຂ້າພະເຈົ້າກໍມີຄຳເຫລົ່ານີ້ເໝືອນກັບຄົນອື່ນ ໆ ຂ້າພະເຈົ້າບໍ່ຮູ້ວ່າ ຄຳວ່າ " ດີ " ຂອງຄົນອື່ນ ໆ ນັ້ນ ມີຄວາມຫມາຍພຽງໃດ ແຕ່ສິ່ງໜຶ່ງທີ່ຂ້າພະເຈົ້າຮູ້ ຄືຂ້າພະເຈົ້າຮູ້ຈັກຄຳວ່າ ຮຽນຮູ້ເຮັດແຕ່ກຳດີ ເພື່ອຊ່ວຍ ເຫລືອຜູ້ອື່ນ ເຖິງ ແມ່ນຕົວຂ້າພະເຈົ້າຈະຮູ້ສຶກເໜື່ອຍ ສັກພຽງໃດ ແຕ່ຂ້າພະເຈົ້າກໍຈະມີແຕ່ຄຳວ່າ " ໃຫ້ " ແກ່ຜູ້ອື່ນສະເໝີ ສະເໝີ ເໝືອນດັ່ງເຊັ່ນໃນມື້ນີ້ ຂ້າພະເຈົ້າໄດ້ມີໂອກາດຕັ້ງຊື່ໃຫ້ກັບ ເດັກຜູ້ຍິງຄົນໜຶ່ງ ຊື່ວ່າ " ມາຕາ " ຊື່ຫລິ້ນວ່າ " ໜາມເຕີຍ " ຊຶ່ງເປັນລູກຂອງລູກສິດຂອງຂ້າພະເຈົ້າເອງ ຂ້າພະເຈົ້າໄດ້ເຫັນມະນຸດ ທັງເດັກ ທັງຜູ້ໃຫຍ່ ທັງຄົນແກ່ ແລະໄດ້ເຫັນແມ່ນກະທັ່ງຄວາມຕາຍ ແຕ່ມະນຸດ ໄດ້ເຫັນ ບາບ ຫລື ກຳ ດັງທີ່ຂ້າພະເຈົ້າໄດ້ເຫັນ ບໍໜໍ ຄົນເຮົາເກີດມາ ມີບາບ ມີກຳ ກັນທຸກຄົນ ແຕ່ຄົນເຮົາໜີຄວາມຕາຍ ບໍ່ພົ້ນ ແຕ່ໜີຄວາມທຸກຍາກລຳບາກໄດ້ ຖ້າເຮົາຂະຫຍັນແລະໝັ່ນພຽນ ຮູ້ຈັກກິນ ຮູ້ຈັກເກັບ ຮູ້ຈັກໃຊ້ ພໍມີ ພໍຢູ່ ພໍກິນ ໃຫ້ຮູ້ຈັກເຮັດບຸນເຮັດກຸສົນນຳ ໃຫ້ຮູ້ຈັກແບ່ງປັນໃຫ້ກັບຜູ້ອື່ນທີ່ດ້ອຍກວ່າເຮົາ ກໍຖືວ່າເຮັດບຸນເຮັດກຸສົນແລ້ວ ສ່ວນຕົວຂ້າພະເຈົ້າເອງບໍ່ເຄີຍຄິດວ່າທຸກ ໆຄົນວ່າຈະເປັນເໝືອນຂ້າພະເຈົ້າ ແຕ່ໃຫ້ຮູ້ຈັກເຮັດດີ ສັກເທື່ອກໍຖືວ່າເປັນບຸນແລ້ວ ມະ ຍະ ນະ ໂຕ
ໃນບາງເທື່ອ ຂ້າພະເຈົ້າກໍນັ່ງຖອດຖອນລົມຫາຍໃຈ ແບບຄົນທໍ້ແທ້ ຂ້າພະເຈົ້າກໍມີຄວາມທຸກເປັນເໝືອນຄົນອື່ນ ໆ ຂ້າພະເຈົ້າກໍມີຄວາມຮູ້ສຶກຄິດເຖິງ ມີຄວາມຮູ້ສຶກຫ່ວງໃຍທຸກ ໆຄົນ ທີ່ຮູ້ຈັກຂ້າພະເຈົ້າ ເປັນເໝືອນຄົນອື່ນ ໆ ທົ່ວໄປ ແຕ່ຂ້າພະເຈົ້າກໍຮຽນຮູ້ຈັກໃຊ້ຊີວິດ ແລະຢາກໃຫ້ທຸກ ໆຄົນ ຮູ້ຈັກສູນມົນພາວານາ ນັ່ງສະມາທິ ໃຫ້ຮູ້ຈັກ ຮັກພໍ່ແລະຮັກແມ່ ເໝືອນກັບທີ່ພໍ່ກັບແມ່ຮັກເຮົາ ແລ້ວໃຫ້ຮູ້ຈັກຄິດເຖິງຜູ້ອື່ນກ່ອນທີ່ຜູ້ອື່ນຈະຄິດເຖິງເຮົາ ຄືໃຫ້ຄິດເຖິງຄວາມດີຂອງພວກເຂົາ ສິ່ງເຫລົ້ານີ້ຈະເປັນຄວາມຮັກທີ່ມີຄ່າຫລາຍທີ່ສຸດໃນໂລກ ຖ້າຢາກມີຄວາມສຸກໃນຊີວິດປະຈຳວັນແຕ່ລະມື້ ຕ້ອງຝຶກໃຫ້ມີຮອຍຍິ້ມໃຫ້ກັບຜູ້ອື່ນກ່ອນໃນແຕ່ລະມື້ ຮອຍຍິ້ມທີ່ເຕັມໃຈຈະຍິ້ມນັ້ນ ຄືຄວາມສຸກທີ່ສຸດໃນໂລກແລ້ວ ເໝືອນຜູ້ອື່ນທີ່ມີຮອຍຍິ້ມໃຫ້ ເວົ້າຈາດີກັບເຮົາ ເຮົາກໍມີຮອຍຍິ້ມຕອບກັບແລະມີຄຳເວົ້າດີ ໆ ຕອບກັບ ກໍຖືວ່າມີຄວາມສຸກໃນຊີວິດປະຈຳວັນແລ້ວ
ທຸກ ໆ ເທື່ອທີ່ຂ້າພະເຈົ້າໄດ້ຢູ່ຄົນດຽວ ຫລື ເຖິງແມ່ນຈະມີຜູ້ຄົນມາຫາຂ້າພະເຈົ້າຫລວງຫລາຍ ແຕ່ຈິດໃຈຂອງຂ້າພະເຈົ້າກໍເໝືອນຢູ່ຕົວຄົນດຽວເລື່ອຍໄປ ເພາະບໍ່ມີໃຜເຂົ້າໃຈຄວາມຮູ້ສຶກຂອງຂ້າພະເຈົ້າ ວ່າຂ້າພະເຈົ້າເໜື່ອຍ ຫລື ທໍ້ ຫລື ເຈັບ ຫລື ປວດ ຫລື ຮ້າຍ ຫລື ກຽດຊັງ ຫລື ຊັງ ມີພຽງຕົວຂອງຂ້າພະເຈົ້າເອງເທົ່ານັ້ນທີ່ຮູ້ຕົວເອງດີ ເພາະຂ້າພະເຈົ້າໄດ້ຮຽນຮູ້ຊີວິດຂອງຂ້າພະເຈົ້າ ແຕ່ພວກທ່ານຮູ້ຈັກຊີວິດຈິດໃຈຂອງຕົວເອງດີພຽງໃດ ຂ້າພະເຈົ້າຢາກໃຫ້ທຸກຄົນຮູ້ຈັກຊີວິດຈິດໃຈຕົວເອງ ແລ້ວພວກທ່ານຈະມີຄວາມສຸກໃນຊີວິດທີ່ສຸດໃນໂລກ ຄື " ຖ້າຕົວເຮົາຮູ້ຕົວເຮົາເອງດີ " ສຸດທ້າຍນີ້ ຂ້າພະເຈົ້າຂໍໃຫ້ທຸກຄົນມີຄວາມສຸກຄວາມຈະເລີນໃນການດຳເນີນຊີວິດຕໍ່ໄປໃນມື້ຂ້າງໜ້າ ຢ່າງມີສະຕິທຸກ ໆ ຄົນ ເທີດ ຂ້າພະເຈົ້າມີນາມວ່າ " ມະຫາ ເທບ ນິຣການ "
Saturday, June 4, 2011
ພະລັງທີເນື່ອກ່ອນມະນຸດ
ພຣະອາຈານ ເທບນິຣການ ພຽງເພິ່ນຖ່າຍຮູບອອກມາກໍ່ມີແສງອອກຈາກຫົວເພິ່ນ ນັ້ນໝາຍເຖິງພະລັງທີມີ ຢູ່ໃນຕົວຂອງທ່ານ ເຊິ່ງມະນຸດຜູ້ທຳມະດາບໍ່ສາມາດທີຈະເຮັດໄດ້
Friday, June 3, 2011
Thursday, June 2, 2011
ພຣະອາຈານກຳລັງສ້າງ ກະໂຈມອໍຣຫັນ ໃໝ່
ອາຈານເພິ່ນກຳລັງສ້າງ ກະໂຈມອໍຣຫັນໃໝ່ ໃຫ້ສັກສິດກວ່າເກົ່າ
ຕອນນີ້ສຳນັກອາຈານຈະມີນ້ຳໃຊ້ແລ້ວ ເຊຶ່ງເຈາະນ້ຳບາດານ ຢູ່ເທິງພູ
Wednesday, May 18, 2011
ຄຳກ່າວຮວມບຸນ
ບຸນກຸສົນໃດ ໆ ກໍຕາມທີ່ຂ້າພະເຈົ້າ ຮ່າງກາຍ ສັງຂານ ແລະ ດວງຈິດນີ້ທີ່ໄດ້ ກະທຳເຈົ້າຄວາມດີມາ ຮ້ອຍຊາດ ພັນຊາດ ໝື່ນຊາດ ແສນຊາດ ລວມເຖິງຊາດປະຈຸບັນມື້ນີ້ ຂ້າພະເຈົ້າຂໍລວມເປັນ ຕະບະເດຊະ ເປັນມະຫາກຸສົນອັນຍິ່ງໃຫຍ່ ເມື່ອລວມແລ້ວຂ້າພະເຈົ້າ ຂໍນ້ອມຖວາຍບຸນນີ້ຕໍ່ອົງພະສຳມາສຳພຸດພະເຈົ້າ ພະພຸດພະເຈົ້າທຸກ ໆພະອົງ ພະພຸດອົງ ອົງພໍ່ພະລຶສີ ກາຍທິບທຸກ ໆພະອົງ ເທບພົນຫົມເທວາທັງໝົດ ທັງຫລາຍ ທ່ານົບຍາກຳ ທ່ານົບຍາມັດຈຸລາດ ພູມິເຈົ້າທີ່ທຸກພົບທຸກພູມິ ເຈົ້າພໍ່ ເຈົ້າແມ່ ເຈົ້າຄູອຸປັດຊາອາຈານ ທຸກພົບທຸກຊາດ ລວມເຖິງຊາດປະຈຸບັນມື້ນີ້ ທີ່ຂ້າພະເຈົ້າກ່າວນາມກໍດີ ບໍ່ໄດ້ກ່າວນາມກໍດີ ຂໍໃຫ້ທຸກທ່ານ ທຸກຄົນ ທຸກພະອົງໄດ້ຮັບບຸນກຸສົນ ແລະບາລະມີ ເປັນຜູ້ຖືບຸນ ເມື່ອຮັບແລ້ວໂປດສາທຸການ ອະໜຸໂມທະນາບຸນນີ້ໃຫ້ກັບຂ້າພະເຈົ້າດ້ວຍເທີດ
Subscribe to:
Comments (Atom)














